华人号

登录更多 下载App

第十四届桂林恭城油茶文化节举行 ງານບຸນວັດທະນະທໍາຊານ້ໍາມັນເມືອງກົງເຊິງ (Gongcheng) ນະຄອນກຸ້ຍຫຼິນຄັ້ງທີ 14 ໄດ້ຈັດຂຶ້ນ

2024-06-25 10:04 阅读量:6k+

华人号:华人头条-老挝

第十四届桂林恭城油茶文化节于世界国际茶日在恭城油茶小镇举办。

ງານບຸນວັດທະນະທໍາຊານ້ໍາມັນເມືອງກົງເຊິງນະຄອນກຸ້ຍຫຼິນຄັ້ງທີ 14 ໄດ້ຈັດຂຶ້ນຢູ່ບ້ານຊານ້ໍາມັນຂອງເມືອງກົງເຊິງໃນວັນຊາສາກົນໂລກ.

据介绍,今年油茶文化节的活动主题是“天下油茶在恭城”。活动期间,开展油茶长桌宴、恭城油茶师傅劳务品牌邀请赛暨恭城油茶制作金奖大赛、恭城油茶文化宣传形象大使评选、恭城本土文化民族歌舞展演、恭城农特产品展销等系列活动,广大市民游客可以在恭城欣赏民族歌舞,品尝瑶乡美食,体验油茶制作工艺,选购伴手礼,充分领略瑶乡丰富多彩的民族文化风情。

ຕາມການແນະນຳໃຫ້ຊາບວ່າ, ງານບຸນວັດທະນະທໍາຊານ້ໍາມັນປີນີ້ແມ່ນໂດຍມີຫົວຂໍ້"ຊານ້ໍາມັນທັງຫມົດໃນໂລກຢູ່ເມືອງກົງເຊິງ". ໃນໄລຍະດໍາເນີນງານດັ່ງກ່າວ, ໄດ້ຈັດກິດຈະກໍາຕ່າງໆເຊັ່ນ: ງານລ້ຽງໂຕະຍາວຊານ້ໍາມັນ, ງານແຂ່ງຂັນຍີ່ຫໍ້ແຮງງານສຳລັບ"ນາຍຊ່າງນ້ໍາມັນຊາເມືອງກົງເຊິງ" ກໍຄືງານແຂ່ງຂັນລາງວັນຫຼຽນຄໍາໃນການຜະລິດຊານ້ໍາມັນຂອງເມືອງກົງເຊິງ, ງານຄັດເລືອກທູດໂຄສະນາວັດທະນະທໍາຊານ້ໍາມັເມືອງກົງເຊິງ, ງານສະແດງບົດເພງແລະການຟ້ອນຊົນເຜົ່າຂອງວັດທະນະທໍາພື້ນເມືອງເມືອງກົງເຊິງ, ການວາງສະແດງແລະຈຳໜ່າຍຜະລິດຕະພັນກະສິກໍາຂອງເມືອງກົງເຊິງແລະອື່ນໆ. ປະຊາຊົນທົ່ວໄປແລະນັກທ່ອງທ່ຽວສາມາດມ່ວນຊື່ນກັບບັນດາບົດເພງຊົນເຜົ່າແລະການຟ້ອນລຳຢູ່ເມືອງກົງເຊິງ, ຊີມອາຫານເຜົ່າຢ້າວ, ທົດລອງການຜະລິດຊານ້ໍາມັນ, ຊື້ເຄື່ອງທີ່ລະນຶກແລະສໍາຜັດກັບຮີດຄອງປະເພນີວັດທະນະທໍາຊົນເຜົ່າທີ່ມີສີສັນຂອງຊາວເຜົ່າຢ້າວຢ່າງຄົບຖ້ວນ.

目前,恭城油茶已列入联合国教科文组织人类非物质文化遗产代表作名录并列入第一批“桂林经典”品牌名录。近年来,恭城油茶产业链条不断健全完善,逐步成为带动当地群众增收致富的新支柱产业。2023年,全县恭城油茶原辅料种植面积达23万亩,产量超15万吨,有7家恭城油茶加工企业、200多家辅料加工作坊。桂林市以经营油茶为主的门店达1800多家,营业收入约40亿元。

ປັດຈຸບັນນີ້, ຊານ້ໍາມັນເມືອງກົງເຊິງໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກໂລກທາງວັດທະນະທໍານາມມະທຳຂອງອົງການຢູນິສໂກ ສປຊ ແລະຈັດເຂົ້າໃນບັນຊີລາຍຊື່ຍີ່ຫໍ້"ກຸ້ຍຫຼິນຄລາສິກ" ຊຸດທໍາອິດ. ຊຸມປີມໍ່ໆນີ້, ຕ່ອງໂສ້ອຸດສາຫະກໍາຊານ້ໍາມັນຂອງເມືອງກົງເຊິງໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ, ຄ່ອຍໆກາຍເປັນອຸດສາຫະກໍາເສົາຄ້ໍາໃຫມ່ທີ່ນໍາພາປະຊາຊົນທ້ອງຖິ່ນເພີ່ມລາຍຮັບໃຫ້ຮັ່ງມີເຂັ້ມແຂງ. ປີ 2023, ເນື້ອທີ່ປູກວັດຖຸດິບຊານ້ໍາຂອງເມືອງກົງເຊິງໄດ້ບັນລຸເຖິງ 230.000 ມູ(ເທົ່າກັບ 15.000 ກວ່າເຮັກຕາ), ຜົນຜະລິດເກີນ 150.000 ໂຕນ, ມີວິສາຫະກິດປຸງແຕ່ງຊານ້ໍາມັນເມືອງກົງເຊິງ 7 ແຫ່ງ, ໂຮງງານປຸງແຕ່ງວັດຖຸປະສົມຂອງຊານ້ໍາມັນ 200 ກວ່າແຫ່ງ. ນະຄອນກຸ້ຍຫຼິນມີຮ້ານຄ້າທີ່ຖືການຂາຍຊານ້ໍາມັນເປັນທຸລະກິດອັນຕົ້ນຕໍກາຍ 1.800 ກວ່າຮ້ານ, ລາຍຮັບຈາກການດໍາເນີນທຸລະກິດປະມານ 4 ຕື້ຢວນ.

下一步,恭城瑶族自治县将用好恭城油茶“桂林经典”金字招牌,积极参与、主动融入桂林创建“世界美食之都”,将恭城油茶打造成民众可欣赏、可品尝、可体验、可购买的“世界非遗”品牌。

ໃນບາດກ້າວຕໍ່ໄປຂ້າງໜ້ານີ້, ເມືອງປົກຄອງຕົນເອງເຜົ່າຢ້າວກົງເຊິງຈະນໍາໃຊ້ຊື່ອັນມີຊື່ສຽງຂອງຊານຳ້ມັນເມືອງກົງເຊິງເປັນ "ກຸ້ຍລິນຄລາສສິກ", ເຂົ້າຮ່ວມການກໍ່ສ້າງກຸ້ຍຫຼິນໃຫ້ເປັນ"ເມືອງຫຼວງອາຫານລະດັບໂລກ" ຢ່າງຕັ້ງຫນ້າ, ສົ່ງເສີມຊານ້ໍາມັນເມືອງກົງເຊິງໃຫ້ເປັນຍີ່ຫໍ້"ມໍລະດົກວັດທະນະທໍານາມມະທຳໂລກ"ທີ່ປະຊາຊົນສາມາດຊື່ນຊົມ, ຊິບກິນ,ທົດລອງແລະຊື້ຂາຍໄດ້.

来源:广西日报
以上就是小编为您分享《第十四届桂林恭城油茶文化节举行 ງານບຸນວັດທະນະທໍາຊານ້ໍາມັນເມືອງກົງເຊິງ (Gongcheng) ນະຄອນກຸ້ຍຫຼິນຄັ້ງທີ 14 ໄດ້ຈັດຂຶ້ນ》的全部内容,更多有关纽约华人最新消息、新闻,请多多关注华人头条频道。您还可以下载我们的手机APP,每天个性化推荐你想要看的华人资讯!
免责申明

1、本站(网址:52hrtt.com)为用户提供信息存储空间等服务,用户保证对发布的内容享有著作权或已取得合法授权,不会侵犯任何第三方的合法权益。

2、刊载的文章由平台用户所有权归属原作者,不代表同意原文章作者的观点和立场。

3、因平台信息海量,无法杜绝所有侵权行为,如有侵权烦请联系我们(福建可比信息科技有限公司 邮箱:hrtt@52hrtt.com),以便及时删除。

举报收藏
评论 (0条)
您需要登录后才能评论,点击此处进行登录。
登录后评论

下载华人头条

关于我们

© 2022 华人头条

服务热线 : 0591-83771172

福建可比信息科技有限公司 ©版权所有

ICP许可证号 闽ICP备10203582号

闽公网安备35010202000536号

直播备案号 闽ILS备201708250005

举报热线:0591-83771172

举报邮箱:hrtt@52hrtt.com

免责声明

1、本站(网址:52hrtt.com)为用户提供信息存储空间等服务,用户保证对发布的内容享有著作权或已取得合法授权,不会侵犯任何第三方的合法权益。
2、刊载的文章由平台用户所有权归属原作者,不代表同意原文章作者的观点和立场。
3、因平台信息海量,无法杜绝所有侵权行为,如有侵权烦请联系我们(福建可比信息科技有限公司 邮箱:hrtt@52hrtt.com),以便及时删除。